Skip to content

“ໄກໂກະໄຊ” ຄົບຮອບ 98 ປີ
“ທາງສີ່ແຍກ” ເຊື່ອມຕໍ່ບັນດາທ່ານກັບໂລກເຮົາ

19/11/2020~23/11/2020

Message

ຄຳທັກທາຍຂອງຫົວໜ້າຄະນະກໍາມະການບໍລິຫານຈັດງານບຸນມະຫາວິທະຍາໄລໄກໄດ

ສະບາຍດີໝົດທຸກຄົນ!

ຂ້າພະເຈົ້າອິຊິຮະຊິມິວະໂກະຫົວໜ້າຄະນະກໍາມະການ, ຕ່າງໜ້າຄະນະກໍາມະການບໍລິຫານຈັດງານບຸນມະຫາວິທະຍາໄລໄກໄດຄັ້ງທີ98. ຂໍຂອບໃຈທຸກໆຄົນທີ່ເຂົ້າມາເບິ່ງເວັບໄຊ້ບຸນມະຫາວິທະຍາໄລໄກໄດ.

ບຸນມະຫາວິທະຍາໄລໄກໄດປິນີ້ເປັນການຈັດງານອອນລາຍປະຫວັດສາດທໍາອິດ. ພວກຂ້າພະເຈົ້າຄິດວ່າຕ້ອງມີຫລາຍທ່ານທີ່ລໍຄອຍການຈັດງານເປັນປົກກະຕິຢ່າງໃຈຈົດໃຈຈໍ່, ແຕ່ຕ້ອງຂໍອະໄພມານະທີ່ນີ້ທີ່ຜົນອອກມາບໍ່ເປັນໄປຕາມທີ່ຫຼາຍທ່ານຄາດຄິດ.

ອີກຢ່າງໜຶ່ງ, ຫົວຂໍ້ການໂຄສະນາຂອງບຸນມະຫາວິທະຍາໄລໄກໄດປີນີ້ແມ່ນ “ທາງສີ່ແຍກເຊື່ອມຕໍ່ບັນດາທ່ານກັບໂລກເຮົາ”

ໃນວິກິດພະຍາດລະບາດໂຄໂລນ້າ, ການໄປຕ່າງປະເທດແມ່ນບໍ່ໃຫ້ວ່າເລີຍ, ການເຄື່ອນໄຫວຢູ່ພາຍໃນກໍ່ເຊັ່ນດຽວກັນແມ່ນຢູ່ໃນສະພາບການຄວບຄຸມ. ການຈະໄດ້ພົບຫນ້າພົບຕາກັບໝູ່ໃນທຸກໆມື້ກໍ່ບໍ່ໄດ້ເປັນການພົບທີ່ງ່າຍໆເຊັ່ນກັນ.

ຕໍ່ກັບສະພາບປັດຈຸບັນດັ່ງກ່າວ, ໃນບຸນມະຫາວິທະຍາໄລໄກໄດແບບອອນລາຍ, ຄິດວ່າຢາກສົ່ງໂອກາດການຄົບຄ້າກັນລະຫວ່າງຄົນກັບຄົນ.

ບຸນມະຫາວິທະຍາໄລໄກໄດທີ່ເຮັດມາຢູ່ໃນຈໍພາບຢູ່ໃນມືຂອງເຈົ້າຂໍພາວະນາໃຫ້ມັນເປັນ “ທາງສີ່ແຍກ” ຂອງໃຜຄົນໜຶ່ງກັບເຈົ້າ, ຂອງໂລກເຮົາກັບເຈົ້າ.

ການກ້າວຍ່າງບຸນມະຫາວິທະຍາໄລໄກໄດໄປພ້ອມກັບຍຸກສະໄຫມທີ່ມີໂຄໂລນ້າ, ຈະເປັນການດີຖ້າໄດ້ຮັບການເບິ່ງແຍງຢ່າງອົບອຸ່ນຈາກນີ້ຕໍ່ໄປ.

ວັນທີ6ເດືອນ7ປີ2020

about

“ໄກໂກະໄຊ” ແມ່ນຫຍັງ?

“ໄກໂກະໄຊ” ແມ່ນບຸນທີ່ຈັດຢູ່ມະຫາວິທະຍາໄລໂຕກຽວການສຶກສາຕ່າງປະເທດ. ປີນີ້ແມ່ນຄົບຮອບ 98 ປີ

ບຸນນີ້ຈະຖືກຈັດໃນເດືອນ 11 ຂອງທຸກໆປີ ເປັນເວລາ 5 ມື້. ແລະຈະມີຄົນມາທ່ຽວຊົມປະມານ 31,000 ຄົນ

ບຸນນີ້ມີກິດຈະກຳຫຼາຍຢ່າງ ອຸດົມໄປດ້ວຍບັນຍາກາດແບບສາກົນທີ່ເປັນລັກສະນະພິເສດຂອງມະຫາວິທະຍາໄລໄກໄດ ແລະ ສາມາດມ່ວນຊື່ນເພີດເພີນໄປກັບຄວາມຮູ້ສຶກທີ່ຄ້າຍຄືກັບທ່ຽວຮອບໂລກ

ປີນີ້ບຸນມະຫາວິທະຍາໄລໄກໄດຈະຖືກຈັດຂຶ້ນໃນເວັບໄຊ້, 

“ໄກໂກະໄຊ ເວັບ” ເປັນຕົ້ນຕໍ.

ເຮົາຈະໃຊ້ລັກສະນະພິເສດຂອງອິນເຕີເນັດທີ່ສາມາດຕິດຕໍ່

ຈາກບ່ອນໃດຫຼື ເວລາໃດກໍ່ໄດ້

ເພື່ອເປັນ “ທາງສີ່ແຍກ” ເຊື່ອມຕໍ່ບັນດາທ່ານກັບໂລກເຮົາ.

2017 MVP

ປະຫວັດທີ່ໄດ້ຮັບລາງວັນໃຫຍ່ສູງສຸດໃນການແຂ່ງຂັນບຸນມະຫາວິທະຍາໄລ.

31,109+

ຈໍານວນຜູ້ທີ່ໄດ້ມາທ່ຽວຊົມ ໄກໂກະໄຊ ປີກ່ອນນີ້

Twitter 5,300+
Facebook 5000+
Instagram 2000+

ຈໍານວນຜູ້ຕິດຕາມSNS

98years

ປະຫວັດສາດຂອງ“ໄກໂກະໄຊ“

EVENTS

ການແນະນຳກິດຈະກຳ

ໃນບຸນມະຫາວິທະຍາໄລໄກໄດ ມີກິດຈະກຳຫຼາຍໆຢ່າງທີ່ຈະຖືກຈັດຂຶ້ນຢູ່ທົ່ວບໍລິເວນສະຖານມະຫາໄລ.
ນັກສຶກສາໄກໄດຕັ້ງໃຈກຽມໃຫ້ສຳເລັດມາ ຈຶ່ງເຊີນມາເຂົ້າຮ່ວມກິດຈະກຳນັ້ນໆເດີ
1

ອາຫານສາກົນ

ນັກສຶກສາປີທີ່1ໃນແຕ່ລະພາກວິຊາພາສາຈະແນະນຳແຕ່ລະປະເທດແລະເອກະລັກອາຫານຂອງຕົນ.

ໃນປີນີ້, ທ່ານຈະສາມາດອ່ານວິທີແຕ່ງອາຫານຂອງທຸກໆປະເທດໄດ້ຢູ່ໃນປຶ້ມຄູ່ມືນຳທ່ຽວທາງການຂອງບຸນໄກໄດ. ອ່ານປຶ້ມນັ້ນລອງເຮັດອາຫານທີ່ຈະກິນຢູ່ບຸນໄກໄດເອງເບິ່ງເດີ.

2

ລະຄອນທີ່ຈະສະແດງດ້ວຍພາສາຕ່າງປະເທດ

ນັກສຶກສາປີທີ່ 2 ໃນແຕ່ລະພາກວິຊາພາສາຈະໄປສະແດງລະຄອນດ້ວຍພາສາທີ່ເປັນວິຊາເອກຂອງເຂົາເຈົ້າ. ເຂົາເຈົ້າກະກຽມທຸກໆສິ່ງເລີ່ມແຕ່ການເລືອກເລື່ອງ ແລະຍັງຂຽນຊັບ(ຄຳບັນຍາຍ)ໃຫ້ຜູ້ຊົມເບິ່ງ.

3

ກິດຈະກຳທີ່ຄະນະກຳມະການບຸນໄກໄດຈະຈັດຂຶ້ນ

ນີ້ແມ່ນກິດຈະກຳທີ່ຈະຖືກຈັດຂຶ້ນໂດຍຄະນະກຳມະການບຸນໄກໄດ. ກິດຈະກຳນີ້ມີຄວາມນິຍົມຢ່າງຫຼວງຫຼາຍໃນທຸກໆປີ,ເຊັ່ນ ການທົດລອງມີປະສົບການໃສ່ເຄື່ອງນຸ່ງເອກະລັກຂອງແຕ່ລະປະເທດ, ການແຕ່ງໜ້າ, ກິດຈະກຳສຳລັບການສະໜັບສະໜູນນັກຮຽນທີ່ຈະເສັງໄກໄດໃນປີໜ້າແລະອື່ນໆ. ປີນີ້ພວກຂ້າພະເຈົ້າຈະກຽມກິດຈະກຳເຊີນຜູ້ກ່າວປາໄສມາອີກແລ້ວ! ທ່ານອາດຈະໄດ້ຟັງຜູ້ທີ່ຮູ້ຈັກນັ້ນມາກ່າວຄຳໂອວາດ…

4

ກິດຈະກຳທີ່ໄປສະແດງດົນຕີ ແລະອື່ນໆ

ສະມາຊິກຂອງສະມາຄົມຫຼາຍຢ່າງຈະໄປສະແດງດົນຕີ ແລະສະແດງຟ້ອນໃນ YouTube ທີ່ເປັນທາງການຂອງບຸນມະຫາວິທະຍາໄລໄກໄດ. ຈາກກຸ່ມທີ່ຟ້ອນຊົນເຜົ່າ ເຖິງກຸ່ມທີ່ສະແດງຕະຫຼົກ ແລະກຸ່ມຫຼາຍແນວຈະເຂົ້າຮ່ວມກິດຈະກຳນີ້.

ຕຸກກະຕາສັນຍາລັກທາງການ, “ທະຟຸກຸຈິລະ”

“ທະຟຸກຸຈິລະ” ແມ່ນຕຸກກະຕາສັນຍາລັກທາງການຂອງບຸນມະຫາວິທະຍາໄລໄກໄດ. ຕຸກກະຕານີ້ໄດ້ຖືກສ້າງຂື້ນມາຈາກໂຄງການ “ການໄປທ່ຽວທົ່ວໂລກແບບອິດສະຫລະ” ທີ່ເປັນຄຳຂວັນຂອງບຸນມະຫາວິທະຍາໄລໄກໄດ ຄັ້ງທີ່ 90.

ທະຟຸກຸຈິລະນີ້ໄດ້ລາງວັນທີ່ 2 ໃນງານວາງສະແດງຕຸກະຕາປະຈໍາມະຫາວິທະຍາໄລທົ່ວປະເທດຄັ້ງທີ່ 4. ໃນຄະນະນີ້ທ່ານກໍຈະສາມາດເຂົ້າໄປຊື້ສະຕິກເກີ້ ທະຟຸກຸຈິລະທີ່ຮ້ານLINEໄດ້ແດ່ເດີ້!